ລະບົບດຽວຂອງທຸລະກິດຍຸກໃໝ່!
ບັນຊີ.la ເປັນລະບົບທີ່ຊ່ວຍທ່ານບັນທຶກລາຍຮັບລາຍຈ່າຍຕ່າງໆທີ່ເກີດຂຶ້ນ ແລະ ຊ່ວຍທ່ານບັນທຶກລົງບັນຊີໂດຍອັດຕະໂນມັດ! ເພື່ອເອົາໄປນຳໃຊ້ໃນການລາຍງານ ແລະ ວິເຄາະຕ່າງໆ.
ໄດ້ຮັບຄວາມໄວ້ວາງໃຈຈາກ
ໜ້າທີ່ການນຳໃຊ້
ລາຍຮັບ / ລາຍຈ່າຍ
ລົງບັນທຶລາຍຮັບລາຍຈ່າຍ, ສ້າງໃບສະເໜີລາຄາ ຫຼື ໃບເກັບເງິນ. ຕິດຕາມໜີ້ຕ້ອງສົ່ງຜ່ານການອອກໃບສັ່ງຊື້ ພ້ອມກັບຕິດຕາມລູກໜີ້ໃນລາຍງານດຽວ.
ເງິນເດືອນ
ບັນທຶກລາຍຊື່ພະນັກງານ, ເງິນເດືອນພື້ນຖານ, ປະກັນສັງຄົມ ແລ້ວລະບົບຈະຊ່ວຍຄຳນວນເງິນອຸດໜູນ ແລະ ອາກອນເງິນເດືອນໃຫ້
ສາງ
ຕິດຕາມເຄື່ອງໃນສາງ, ການເບີກຮັບສິນຄ້າເຂົ້າອອກສາງ ແລະ ພ້ອມກັບການລົງບັນຊີຄູ່ຄິດໄລ່ຕົ້ນທືນໃນຮູບແບບ FIFO
ການບັນຊີ
ບັນຊີ.la ໄດ້ຮັບໃບອະນຸຍາດຈາກກົມບັນຊີ, ກະຊວງການເງິນເລກທີ 0286/ກງ ລົງວັນທີ 14 ມັງກອນ 2021
ໃບເກັບເງິນອາກອນມູນຄ່າເພີ່ມ
ທ່ານສາມາດອອກໃບເກັບເງິນ ອາກອນມູນຄ່າເພີ່ມຜ່ານລະບົບໄດ້ ແລະ ສາມາດດາວໂຫຼດເອກະສານເພື່ອເຊື່ອມຕໍ່ກັບລະບົບ TaxRIS